inSuppliers
ສຳລັບຮຸ້ນສ່ວນຜູ້ຈັດຈຳໜ່າຍຂອງພວກເຮົາ
ຂະບວນການຈັດຊື້ຈັດຈ້າງ
- 1
inDrive ຈະສ້າງຄຳສັ່ງຊື້
ເມື່ອຜູ້ຈັດຈຳໜ່າຍເຂົ້າຮ່ວມ ແລະ ຕົກລົງກັນຮຽບຮ້ອຍແລ້ວ, ພວກເຮົາຈະສ້າງຄຳສັ່ງຊື້ຕາມບໍລິການ ແລະ ລາຄາທີ່ຕົກລົງກັນໄວ້, ພ້ອມທັງລະບຸໝາຍເລກຄຳສັ່ງຊື້ທີ່ສະເພາະ. ລະບົບຈະສົ່ງຄຳສັ່ງຊື້ໄປຫາຜູ້ຈັດຈຳໜ່າຍໂດຍກົງຜ່ານທາງອີເມວ.
- 2
ຜູ້ຈັດຈຳໜ່າຍຈະສົ່ງໃບຮຽກເກັບເງິນໄປຫາບັນຊີທີ່ຕ້ອງຈ່າຍ
ເມື່ອໄດ້ຮັບຄຳສັ່ງຊື້ແລ້ວ, ຜູ້ຈັດຈຳໜ່າຍຈະສົ່ງໃບຮຽກເກັບເງິນໂດຍອ້າງອີງໝາຍເລກຄຳສັ່ງຊື້ ແລະ ລາຍການຮຽກເກັບເງິນໃນຄຳສັ່ງຊື້ໄປຫາບັນຊີທີ່ຕ້ອງຈ່າຍ. ກະລຸນາສົ່ງໃບຮຽກເກັບເງິນໄປຫາອີເມວທີ່ລະບຸໃນຄຳສັ່ງຊື້.
- 3
ຜູ້ຈັດຈຳໜ່າຍຈະໄດ້ຮັບເງິນ
ເມື່ອປະມວນຜົນແລ້ວ, ບັນຊີທີ່ຕ້ອງຈ່າຍຢູ່ inDrive ຈະຈ່າຍເງິນໃຫ້ຜູ້ຈັດຈຳໜ່າຍຕາມວັນທີໃບຮຽກເກັບເງິນ ແລະ ຕາມຂໍ້ກຳນົດການຈ່າຍເງິນ. ສຳລັບຄຳຖາມ, ກະລຸນາຕິດຕໍ່ພວກເຮົາຜ່ານທາງອີເມວ: procurement-team@indrive.com.
ຄຳຖາມທີ່ຖາມເລື້ອຍໆ
ຂ້ອຍຈະເປັນຜູ້ຈັດຈຳໜ່າຍໃຫ້ກັບ inDrive ໄດ້ແນວໃດ?
ຫາກທ່ານສົນໃຈທີ່ຈະເປັນຜູ້ຈັດຈຳໜ່າຍໃຫ້ກັບ inDrive, ກະລຸນາຕື່ມຂໍ້ມູນໃສ່ "ແບບຟອມຜູ້ຈັດຈຳໜ່າຍ" ທີ່ສະແດງຢູ່ໜ້ານີ້ ແລ້ວພວກເຮົາຈະພິຈາລະນາຂໍ້ສະເໜີຂອງທ່ານ.
ໃນຖານະເປັນສ່ວນໜຶ່ງຂອງຂະບວນການຕ້ອນຮັບຜູ້ຈັດຈຳໜ່າຍ, ລະບົບຈະຂໍໃຫ້ທ່ານເຂົ້າສູ່ລະບົບຊ່ອງທາງ ແລະ ສົ່ງເອກະສານຕໍ່ໄປນີ້:
• ໃບຮັບຮອງການຈົດທະບຽນບໍລິສັດ (ຫຼື ເອກະສານທາງກົດໝາຍທີ່ທຽບເທົ່າ)
• ໃບຮັບຮອງໝາຍເລກປະຈຳຕົວຜູ້ເສຍອາກອນ
• ລາຍລະອຽດບັນຊີທະນາຄານ (ຈົດໝາຍທາງການ ຫຼື ລາຍການຝາກຖອນໃນບັນຊີທະນາຄານ)
ຂ້ອຍຈະຊອກຫາຂໍ້ກຳນົດການຮຽກເກັບເງິນໄດ້ຢູ່ໃສ?
ທ່ານສາມາດຊອກຫາຄຳແນະນຳໂດຍລະອຽດກ່ຽວກັບຂັ້ນຕອນການອອກໃບຮຽກເກັບເງິນ ແລະ ຂໍ້ກຳນົດຕ່າງໆໄດ້ໃນພາກສ່ວນ “ວິທີອອກໃບຮຽກເກັບເງິນ” ຂ້າງເທິງ. ກະລຸນາກວດສອບຢ່າງລະອຽດຖີ່ຖ້ວນເພື່ອໃຫ້ໝັ້ນໃຈວ່າການຈ່າຍເງິນຂອງທ່ານຈະໄດ້ຮັບການປະມວນຜົນຢ່າງທັນເວລາ.
ຂ້ອຍຈະໄດ້ຮັບເງິນເມື່ອໃດ ແລະ ແນວໃດ?
ຂໍ້ກຳນົດ ແລະ ວິທີການຈ່າຍເງິນຈະລະບຸໄວ້ໃນຂໍ້ຕົກລົງແບບສ່ວນບຸກຄົນຂອງທ່ານ. ໂດຍທົ່ວໄປແລ້ວ, ພວກເຮົາຈະດຳເນີນການຈ່າຍເງິນພາຍຫຼັງ, ພາຍໃນໄລຍະເວລາ 30 ມື້ຕາມປະຕິທິນ ຫຼັງຈາກທີ່ຈັດສົ່ງບໍລິການ ຫຼື ສິນຄ້າສຳເລັດ ແລະ ອອກໃບຮຽກເກັບເງິນຢ່າງຖືກຕ້ອງແລ້ວ.
ຂ້ອຍຈະຕິດຕໍ່ທີມງານຈັດຊື້ໄດ້ແນວໃດ?
ຫາກທ່ານມີຄຳຖາມ ຫຼື ຕ້ອງການຄວາມຊ່ວຍເຫຼືອ, ທ່ານສາມາດຕິດຕໍ່ພວກເຮົາໄດ້ຜ່ານທາງອີເມວ:
procurement-team@indrive.com.
ທີມງານຂອງພວກເຮົາຈະຕອບຄຳຖາມຂອງທ່ານໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.
ສະໝັກເປັນຜູ້ຈັດຈຳໜ່າຍ
ຢາກເຮັດວຽກກັບ inDrive ບໍ? ສະໝັກບ່ອນນີ້ເພື່ອເພີ່ມຊື່ທ່ານໃສ່ໃນຖານຂໍ້ມູນຜູ້ມີໂອກາດເປັນຜູ້ຈັດຈຳໜ່າຍຂອງພວກເຮົາ