ການປະຕິບັດຕາມກົດລະບຽບ ແລະ ຄວາມຊື່ສັດ
ທີມງານປະຕິບັດຕາມກົດລະບຽບ ແລະ ຄວາມຊື່ສັດ, ເຊິ່ງເອີ້ນກັນວ່າ ທີມງານ InSpire
ຄວາມຊື່ສັດ, ຄວາມໂປ່ງໃສ ແລະ ຄວາມຍຸຕິທຳ ແມ່ນຄຸນຄ່າທີ່ເປັນແກນຫຼັກຂອງ inDrive. ພວກເຮົາຍຶດຖີຄຸນຄ່າເຫຼົ່ານີ້ໃນທຸກໆການຕັດສິນໃຈທີ່ພວກເຮົາເຮັດ ທັງໃຫຍ່ ແລະ ນ້ອຍ. ຫຼັກຈັນຍາບັນຂອງພວກເຮົາໃຫ້ທິດທາງທີ່ຊັດເຈນ, ເຊິ່ງໄດ້ຮັບການສະໜັບສະໜູນຈາກລະບົບນະໂຍບາຍ, ລະບຽບການ, ຂະບວນການ, ການຝຶກອົບຮົມ ແລະ ການສື່ສານທີ່ເຂັ້ມແຂງ.
Vera Lepchikova, ຜູ້ອຳນວຍການຝ່າຍປະຕິບັດຕາມກົດລະບຽບ inDrive
ແກ່ນແທ້ຂອງຫຼັກການຂອງພວກເຮົາແມ່ນສະແດງອອກໃນນາມຂອງພວກເຮົາ
ສຽງສະທ້ອນຈາກພາຍໃນ
ພະນັກງານແມ່ນຊັບສິນທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຮົາ. ພວກເຮົາສະໜັບສະໜູນສະຫວັດດີພາບຂອງພະນັກງານໂດຍການຊຸກຍູ້ໃຫ້ພວກເຂົາເວົ້າອອກມາ, ຖາມຄຳຖາມ ແລະ ລາຍງານຄວາມກັງວົນຕ່າງໆ. ລະບົບ Whistleblower ຂອງພວກເຮົາຮັບປະກັນການປົກປ້ອງຈາກການຖືກຕອບໂຕ້ຢ່າງຮອບດ້ານ.
ໃຫ້ຄວາມສຳຄັນກັບຄວາມຊື່ສັດສຸດຈະລິດ
ຈຸດປະສົງຂອງພວກເຮົາແມ່ນເພື່ອຮັກສາວິໄສທັດ ແລະ ພາລະກິດຂອງບໍລິສັດຜ່ານຄວາມໂປ່ງໃສ, ຄວາມຊື່ສັດ ແລະ ການຕັດສິນໃຈທີ່ມີຈະລິຍະທຳ. ພວກເຮົາເປັນແບບຢ່າງທີ່ດີ, ເປັນແຮງບັນດານໃຈໃຫ້ຄົນອ້ອມຂ້າງພວກເຮົາ.
ເຄົາລົບຈັນຍາບັນ
ພວກເຮົາຮັກສາມາດຕະຖານສູງສຸດຂອງພຶດຕິກຳດ້ານຈັນຍາບັນໃນການດຳເນີນງານທັງໝົດຂອງພວກເຮົາ. ຄວາມເປັນຜູ້ນຳຂອງບໍລິສັດຄວນສະແດງໃຫ້ເຫັນເຖິງຄວາມຊື່ສັດຢ່າງຕໍ່ເນື່ອງຜ່ານຕົວຢ່າງຈາກປະສົບການຈິງ. ພະນັກງານຄວນຮັບຮູ້ວ່າການສົ່ງເສີມລະບຽບວິໄນ ແລະ ຄວາມເຄົາລົບພາຍໃນທີມຊ່ວຍເພີ່ມຜະລິດຕະພາບ ແລະ ຄວາມພໍໃຈໃນບ່ອນເຮັດວຽກ, ເຊິ່ງອຳນວຍຄວາມສະດວກໃຫ້ແກ່ການປັບປຸງ ແລະ ນະວັດຕະກຳຢ່າງຕໍ່ເນື່ອງ.
ການປະຕິບັດຕາມກົດລະບຽບ ແລະ ຄວາມຊື່ສັດ
ຫຼັກຈັນຍາບັນ
ລະບົບ Whistleblower
ສາຍດ່ວນຄວາມຊື່ສັດສຸດຈະລິດ
ເວລາທີ່ບໍ່ຄວນໃຊ້ສາຍດ່ວນຄວາມຊື່ສັດສຸດຈະລິດຂອງ inDrive?
- 1
ການແຜ່ກະຈາຍຂໍ້ມູນເທັດ ຫຼື ການໃສ່ຮ້າຍປ້າຍສີ
- 2
ການສົ່ງຄຳຖາມກ່ຽວກັບການໂຄສະນາໄປທີ່ marketing@indrive.com
- 3
ການລາຍງານຂໍ້ບົກພ່ອງດ້ານຄວາມປອດໄພໃນແພລດຟອມ HackerOne
- 4
ສອບຖາມຂໍ້ມູນການສະໜັບສະໜູນລູກຄ້າ, ຄົນຂັບລົດ ຫຼື ຄົນສົ່ງເຄື່ອງໄດ້ທີ່ support@indrive.com