inDrive ໄດ້ເລີ່ມຕົ້ນຂຶ້ນໃນຖານະເປັນການໂຕ້ຕອບຕໍ່ຄວາມບໍ່ຍຸຕິທຳ

ເບິ່ງເລື່ອງຂອງພວກເຮົາ
ເລື່ອນເພື່ອເລີ່ມຕົ້ນການເດີນທາງ
-45°C
ລາຄາ ×3
story image
ເລື່ອງຂອງພວກເຮົາ

ມັນແມ່ນຄືນກ່ອນປີໃໝ່ໃນປີ 2012 ທີ່ເມືອງທາງເໜືອຂອງ Yakutsk

ອຸນຫະພູມຫຼຸດລົງເຖິງ -45°C (-49°F). ບໍລິສັດລົດແທັກຊີທ້ອງຖິ່ນໄດ້ສົມຮູ້ຮ່ວມຄິດເຮັດໃຫ້ລາຄາຂອງພວກເຂົາເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຮັດໃຫ້ຊາວທ້ອງຖິ່ນຈໍານວນຫຼາຍຕິດຄ້າງຢູ່ທາງກາງຄວາມມືດມິດຂອງລະດູໜາວ. ການຂຶ້ນລາຄາທີ່ບໍ່ຍຸຕິທໍານີ້ເຮັດໃຫ້ປະຊາຊົນຂອງ Yakutsk ແຄ້ນເຄືອງໃຈຫຼາຍ, ສະນັ້ນ ເຂົາເຈົ້າໄດ້ມາຮ່ວມໂຕກັນໃນສື່ສັງຄົມເພື່ອຊອກຫາ ແລະ ສະເໜີການໂດຍສານ ແລະ ທີ່ສໍາຄັນທີ່ສຸດ, ເພື່ອຕົກລົງກ່ຽວກັບລາຄາທີ່ຍຸຕິທໍາ. ສິ່ງທີ່ໄດ້ເລີ່ມຂຶ້ນຳໃນຖານະເປັນການເຄື່ອນໄຫວຮ່ວມກັນໃນລະດັບຮາກຫຍ້າຜ່ານທາງອອນລາຍກໍໄດ້ກາຍເປັນແອັບ inDrive ໃນທ້າຍທີ່ສຸດ.

people image
ຄຸນຄ່າຫຼັກ

ຄວາມໂປ່ງໃສ, ຄວາມຍຸຕິທຳ ແລະ ການນຳໃຊ້ເຕັກໂນໂລຊີເຊີງນະວັດຕະກໍາເພື່ອທ້າທາຍຄວາມບໍ່ຍຸຕິທຳແມ່ນຄຸນຄ່າພື້ນຖານຍັງຄົງເປັນພະລັງຂັບເຄື່ອນ inDrive ໃນມື້ນີ້

people image
logo image

ການບໍລິການຍຸດຕິທໍາສໍາລັບທຸກຄົນ

inDrive ໄດ້ຂະຫຍາຍຕົວອອກໄປເກີນກວ່າພຽງແຕ່ການເອີ້ນລົດ ເພື່ອສ້າງວິທີແກ້ໄຂທີ່ຊ່ວຍໃຫ້ການບໍລິການທີ່ຊື່ສັດ ແລະ ມີຈັນຍາບັນແກ່ຊຸມຊົນໃນທົ່ວໂລກ.

heart image

ຄົນ-ຕໍ່-ຄົນ ເພື່ອຄວາມໂປ່ງໃສ ແລະ ທາງເລືອກ

ແພລດຟອມຂອງພວກເຮົາມຸ່ງໝັ້ນທີ່ຈະສະຫນອງການບໍລິການທີ່ສໍາຄັນທີ່ຕອບສະໜອງຄວາມຕ້ອງການພື້ນຖານຂອງຊີວິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄົນທີ່ມີຄຸນຄ່າຫຼັກທີ່ຕັ້ງຢູ່ໃນຫຼັກການປະຕິບັດທາງທຸລະກິດທີ່ຍຸຕິທຳທັງໝົດ.

verticals image
  • 46ປະເທດ
  • 749ເມືອງ
  • 240ລ້ານ ການຕິດຕັ້ງແອັບ

ສ້າງຕັ້ງຂຶ້ນໃນປີ 2013 ແລະ ຖືກຈັດຕັ້ງຂຶ້ນໃນສະຫະລັດໃນປີ 2018, inDrive ແມ່ນມີຢູ່ໃນຫຼາຍກວ່າ 749 ເມືອງໃນທົ່ວ 46 ປະເທດໃນມື້ນີ້. ໃນປີ 2022 ບໍລິສັດໄດ້ຖອນຕົວອອກຈາກຣັດເຊຍ, ເຊິ່ງໄດ້ຍຸບເລີກທຸລະກິດໃນຣັດເຊຍຂອງຕົນ. ໃນປີ 2022 ແລະ ອີກຄັ້ງໃນປີ 2023, inDrive ເປັນແອັບເອີ້ນລົດທີ່ຖືກດາວໂຫຼດຫຼາຍທີ່ສຸດເປັນອັນດັບສອງໃນທົ່ວໂລກໂດຍອີງໃສ່ຂໍ້ມູນ Google Play ແລະ App Store.

ຫຼັກໝາຍ

ສືບຕໍ່ການຂັບເຄື່ອນ

  • $1.23Bມູນຄ່າຂອງບໍລິສັດ

    ບໍລິສັດໄດ້ກາຍເປັນ unicorn ຫຼັງຈາກປິດຮອບການລົງທຶນ 150 ລ້ານໂດລາສະຫະລັດ

    2021
  • > 2700ພະນັກງານທົ່ວໂລກ
  • $150 ລ້ານ

    inDrive ໄດ້ລະດົມທຶນຕື່ມອີກ $150 ລ້ານຈາກ General Catalyst ດ້ວຍເຄື່ອງມືແບບໄຮບຣິດທີ່ເປັນນະວັດຕະກຳໃໝ່

    2023
  • $150 ລ້ານ

    ບໍລິສັດໄດ້ປິດຮອບການລົງທຶນກັບ Insight Partners, General Catalyst, ແລະ Bond Capital

    2021
  • ການຂະຫຍາຍການເຕີບໂຕ

    ການຂະຫຍາຍເງິນລົງທຶນໃນປີ 2024, ຊ່ວຍພວກເຮົາຊຸກຍູ້ການເຕີບໂຕ, ຂະຫຍາຍການໃຫ້ບໍລິການຂອງພວກເຮົາ ແລະ ລົງທຶນໃນທຸລະກິດໃນແນວຕັ້ງໃໝ່

    2024
circle imagephone image
circle image

inDrive ມຸ່ງໝັ້ນທີ່ຈະທ້າທາຍຄວາມບໍ່ຍຸຕິທໍາໃນຊຸມຊົນທົ່ວໂລກ

ນອກ​ເຫນືອ​ໄປ​ຈາກ​ການ​ແກ້​ໄຂຂົນສົ່ງໂດຍສານ​, ພວກ​ເຮົາ​ຍັງໃຫ້ບໍລິການໂດຍສານຂ້າມແຂວງ​, ການສົ່ງເຄື່ອງ​, ການບັນທຸກສິນຄ້າ ແລະ ການໃຫ້ເຊົ່າ, ພ້ອມທັງການບໍລິການເຮັດວຽກຕາມຄວາມຕ້ອງການໃນຫຼາກຫຼາຍຕະຫຼາດທີ່ດຳເນີນທຸລະກິດ.

inVision

ໄປຄຽງຄູ່ກັບການຮັກສາການແຂ່ງຂັນທາງທຸລະກິດທີ່ຍຸຕິທຳ, inDrive ກໍຍັງດຳເນີນ 7 ໂຄງການທີ່ບໍ່ຫວັງຜົນກຳໄລໃນທົ່ວໂລກໄປນຳ

ພວກເຮົາອຸທິດຕົນເພື່ອສະໜັບສະໜູນການເຂົ້າເຖິງການສຶກສາ, ກິລາ ແລະ ສິລະປະໃນຊຸມຊົນທີ່ພວກເຮົາດໍາເນີນການ. ສຸດທ້າຍແລ້ວ, inDrive ໄດ້ຖືກສ້າງຕັ້ງຂຶ້ນເພື່ອເປັນການແກ້ໄຂບັນຫາທີ່ຂັບເຄື່ອນໂດຍຜູ້ຄົນ ແລະ ພວກເຮົາເຊື່ອວ່າການລົງທຶນໃນຜູ້ຄົນ ແລະ ຊຸມຊົນຈະສ້າງໂອກາດ ແລະ ໂລກທີ່ດີຂຶ້ນເພື່ອທຸກຄົນ. inDrive ແມ່ນບໍລິສັດທີ່ດໍາເນີນການໂດຍຜູ້ຄົນເພື່ອຜູ້ຄົນດ້ວຍກັນ. ພວກເຮົາຮັບຮູ້ວ່າເຕັກໂນໂລຊີິເຮັດໃຫ້ພວກເຮົາສາມາດເຮັດສິ່ງທີ່ຍິ່ງໃຫຍ່, ແຕ່ກໍຍັງຮັບຮູ້ວ່າມັນບໍ່ສາມາດທົດແທນຄວາມເຫັນອົກເຫັນໃຈກັນລະຫວ່າງຜູ້ຄົນໄດ້.

ອ່ານ​ເພີ່ມເຕີມ

ພວກເຮົາອຸທິດຕົນເພື່ອສະໜັບສະໜູນການເຂົ້າເຖິງການສຶກສາ, ກິລາ ແລະ ສິລະປະໃນຊຸມຊົນທີ່ພວກເຮົາດໍາເນີນການ. ສຸດທ້າຍແລ້ວ, inDrive ໄດ້ຖືກສ້າງຕັ້ງຂຶ້ນເພື່ອເປັນການແກ້ໄຂບັນຫາທີ່ຂັບເຄື່ອນໂດຍຜູ້ຄົນ ແລະ ພວກເຮົາເຊື່ອວ່າການລົງທຶນໃນຜູ້ຄົນ ແລະ ຊຸມຊົນຈະສ້າງໂອກາດ ແລະ ໂລກທີ່ດີຂຶ້ນເພື່ອທຸກຄົນ. inDrive ແມ່ນບໍລິສັດທີ່ດໍາເນີນການໂດຍຜູ້ຄົນເພື່ອຜູ້ຄົນດ້ວຍກັນ. ພວກເຮົາຮັບຮູ້ວ່າເຕັກໂນໂລຊີິເຮັດໃຫ້ພວກເຮົາສາມາດເຮັດສິ່ງທີ່ຍິ່ງໃຫຍ່, ແຕ່ກໍຍັງຮັບຮູ້ວ່າມັນບໍ່ສາມາດທົດແທນຄວາມເຫັນອົກເຫັນໃຈກັນລະຫວ່າງຜູ້ຄົນໄດ້.

ອ່ານ​ເພີ່ມເຕີມ
3 image
aurora_white imageaurora_white image

ຮາງວັນສຳລັບຜູ້ກໍ່ຕັ້ງສະຕາດອັບໄອທີທີ່ເປັນແມ່ຍິງ ທີ່ສ້າງຜົນກະທົບຕໍ່ການພັດທະນາທີ່ສຳຄັນຫຼາຍທີ່ສຸດ.

1 image
beginit_white imagebeginit_white image

ໂຄງການທີ່ສ້າງແຮງບັນດານໃຈໃຫ້ໄວໜຸ່ມກາຍເປັນຜູ້ນໍາການປ່ຽນແປງທີ່ຈະສ້າງໂລກທີ່ມີຄວາມຍືນຍົງ, ຄຳນຶງເຖິງສ່ວນລວມ ແລະ ໂລກທີ່ສະເໝີພາບ

2 image
university_white imageuniversity_white image

ການສຶກສາລະດັບປະລິນຍາຕີຟຣີສໍາລັບນັກສຶກສາຈາກເບື້ອງຫຼັງທຸກແບບ.

4 image
underdog_white imageunderdog_white image

ຮາງວັນລະດັບສາກົນສຳລັບຜູ້ກໍ່ຕັ້ງສະຕາດອັບເຕັກໂນໂລຊີທີ່ດີທີ່ສຸດ ທີ່ຢູ່ນອກສູນກາງ ຫຼື ຊຸມຊົນສະຕາດອັບໃຫຍ່ໆ

5 image
alternativa_white imagealternativa_white image

ໂຄງການສາກົນທີ່ປະກອບດ້ວຍຮາງວັນຮູບເງົາ ແລະ ຫ້ອງທົດລອງຝຶກອົບຮົມທີ່ມີຈຸດປະສົງເພື່ອສະໜັບສະໜູນຜູ້ຜະລິດຮູບເງົາຈາກອຸດສາຫະກໍາຮູບເງົາທີ່ກໍາລັງພັດທະນາ

6 image
super-novas_white imagesuper-novas_white image

ການລິເລີ່ມແບບບໍ່ຫວັງຜົນກຳໄລທີ່ໃຫ້ການສອນຫຼິ້ນບານເຕະຟຣີສຳລັບເດັກນ້ອຍໃນເມືອງນ້ອຍ ແລະ ເຂດຫ່າງໄກສອກຫຼີກ

7 image
yourpace_white imageyourpace_white image

ສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກໍາການແລ່ນເພື່ອຈັດກິດຈະກໍາການແລ່ນທີ່ສາມາດເຂົ້າເຖິງໄດ້ ແລະ ຄຳນຶງເຖິງທຸກຄົນ

bg image
arsen-tomsky image

Arsen Tomsky

CEO ແລະ ຜູ້ກໍ່ຕັ້ງ

Arsen Tomsky ແມ່ນຜູ້ກໍ່ຕັ້ງ ແລະ CEO ຂອງ inDrive. ລາວນໍາພາທີມງານທົ່ວໂລກຂອງບໍລິສັດທີ່ມີພະນັກງານຫຼາຍກວ່າ 2700 ຄົນທີ່ເຮັດວຽກເພື່ອຕໍ່ຕູ້ຄວາມບໍ່ຍຸຕິທໍາໂດຍການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໂດຍຜ່ານໂອກາດການສ້າງລາຍໄດ້ທີ່ຍຸຕິທໍາ ແລະ ເພີ່ມການເຄື່ອນໄຫວທາງສັງຄົມໃນຊຸມຊົນທີ່ກຳລັງພັດທະນາ ແລະ ດ້ອຍໂອກາດ. ລາວເປັນນັກແລ່ນທີ່ມີຄວາມກະຕືລືລົ້ນ ແລະ ໄດ້ສໍາເລັດການແລ່ນມາຣາທອນທັງໃນ Chicago ແລະ Tokyo.

ອ່ານໜັງສືຂອງ Arsen
mark-loughran image

Mark Loughran

ປະທານ

egor-fedorov image

Egor Fedorov

ຫົວໜ້າຝ່າຍພະ​ນັກ​ງານ

evgenia-matrosova image

Evgenia Matrosova

ຫົວໜ້າຝ່າຍການຂະຫຍາຍຕົວ

stephen-kruger image

Stephen Kruger

ຫົວໜ້າຝ່າຍຜະລິດຕະພັນ ແລະ ເຕັກໂນໂລຊີ

dmitry-sedov image

Dmitry Sedov

ຫົວໜ້າຝ່າຍການເງິນ

tatiana-terentieva image

Tatiana Terentieva

ທີ່ປຶກສາທົ່ວໄປ

andries-smit image

Andries Smit

VP New Ventures

ຂ່າວ

inDrive ໃນຫົວຂໍ້ຂ່າວ

ວັດສະດຸ

ຊັບສິນແບຣນ