Freight delivery
ການບັນທຸກສິນຄ້າ

ການຂົນສົ່ງສິນຄ້າໃນລາຄາທີ່ທ່ານຕັ້ງເອງ

ແອັບ inDrive

ແອັບສໍາ​ລັບ​ການຂົນ​ສົ່ງ​ສິນ​ຄ້າ​ທີ່​ຍຸຕິທຳ

  • coin image

    ສະເໜີຄ່າໂດຍສານ ແລະ ເລືອກຄົນຂັບຂອງທ່ານ

    ທ່ານເລືອກໄດ້ເອງວ່າຈະຈ່າຍຄ່າບັນທຸກສິນຄ້າເທົ່າໃດ, ບໍ່ແມ່ນອັລກໍຣິທຶມເລືອກໃຫ້

  • timer image

    ບໍ່ຕ້ອງລໍຖ້າ - ທັງງ່າຍ ແລະ ສະດວກ

    ທ່ານຈະໄດ້ຮັບຂໍ້ສະເໜີຂອງທ່ານໂດຍກົງຈາກຄົນຂັບ. ເລືອກຍານພາຫະນະເໝາະສົມ ແລະ ກໍໝົດແລ້ວ!

  • car image

    ຂົນຍ້າຍສິນຄ້າໄດ້ທຸກປະເພດ

    ຂົນສົ່ງທຸກຢ່າງນັບແຕ່ຕູ້ເຄື່ອງຈົນເຖິງຍົກເຮືອນ. ສິ່ງສຳຄັນແມ່ນເລືອກພາຫະນະທີ່ເໝາະສົມ

phone image
ເລີ່ມ​ຕົ້ນ

ວິທີການເລີ່ມຕົ້ນ

safetyperson
  • 1
    ດາວໂຫຼດ inDrive

    ປ້ອນເບີໂທລະສັບຂອງທ່ານ ແລະ ຢືນຢັນມັນດ້ວຍລະຫັດ

  • 2
    ເປີດການບັນທຸກສິນຄ້າ

    ໃນເມນູດ້ານຂ້າງ, ເລືອກການຂົນສົ່ງ ແລະ ຕື່ມຂໍ້ມູນໃສ່ໃນແບບຟອມການຮ້ອງຂໍ

  • 3
    ສະເໜີລາຄາຂອງທ່ານ

    ຄຳນວນໜ້າວຽກຂອງຄົນຂົນເຄື່ອງເຂົ້າໃນລາຄານຳ ຖ້າຈຳເປັນ. ຄົນຂັບອາດຈະສະເໜີລາຄາທີ່ສູງກວ່ານັ້ນ ຫຼື ຍອມຮັບຂໍ້ສະເໜີຂອງທ່ານ

  • 4
    ເລືອກຄົນຂັບ

    ຍອມຮັບຂໍ້ສະເໜີທີ່ເໝາະສົມ. ເພື່ອໂອ້ລົມລາຍລະອຽດລາຄາ, ໃຫ້ໂທຫາຄົນຂັບ

ດາວໂຫຼດແອັບ
FAQ

ຄໍາ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ

ຂ້ອຍຈະຈອງລົດບັນທຸກສໍາລັບການບໍລິການບັນທຸກສິນຄ້າແນວໃດ?

ເລືອກການບໍລິການຂົນສົ່ງໃນໜ້າຈໍຫຼັກ ຫຼື ໃນເມນູດ້ານຂ້າງ. ເພື່ອສ້າງອໍເດີ, ທ່ານພຽງແຕ່ຕ້ອງກໍານົດເສັ້ນທາງ (ຈຸດຮັບ ແລະ ສົ່ງເຄື່ອງ), ເລືອກວັນທີ ແລະ ເວລາ, ອະທິບາຍສິນຄ້າແບບລະອຽດເທົ່າທີ່ເຮັດໄດ້, ເພີ່ມຮູບຂອງສິນຄ້າ ແລະ ສະເໜີລາຄາຂອງທ່ານ. ເມື່ອອໍເດີຖືກສ້າງຂື້ນ, ທ່ານຈະເລີ່ມໄດ້ຮັບຂໍ້ສະເໜີຈາກຄົນຂັບ. ໃຫ້ແນ່ໃຈວ່າກວດເບິ່ງໂປຣໄຟລຄົນຂັບຢ່າງລະອຽດ ແລະ ເລືອກຄົນທີ່ເໝາະສົມແລ້ວ.

ຂ້ອຍສາມາດຈ່າຍດ້ວຍບັດໄດ້ບໍ?

ທ່ານ​ສາ​ມາດ​ຈ່າຍ​ສໍາ​ລັບ​ການ​ເດີນ​ທາງ​ຂອງ​ທ່ານ​ເປັນ​ເງິນ​ສົດ ​ຫຼື ​ໂດຍ​ການ​ໂອນ​ທາງອອນລາຍ​. ການຈ່າຍເງິນດ້ວຍບັດທະນາຄານບໍ່ສາມາດໃຊ້ໄດ້ສຳລັບຜູ້ໃຊ້ບໍລິການນີ້. ສິ່ງນີ້ຊ່ວຍຫຼີກເວັ້ນຄ່າທຳນຽມເພີ່ມເຕີມຈາກທະນາຄານ ແລະ ເຮັດໃຫ້ຄ່າບັນທຸກສິນຄ້າຂອງທ່ານຖືກລົງ.